bonus new member 100

ການເຄື່ອນໄຫວຂອງທ່ານເຈົ້າແຂວງ-ຮອງເຈົ້າແຂວງ

ການສ້າງຄອບຄົວ-ບ້ານວັດທະນະທຳໃໝ່ ເປັນເງື່ອນໄຂໃນການພັດທະນາຊີວິດການເປັນຢູ່ດີຂື້ນ

ການສ້າງຄອບຄົວ-ບ້ານວັດທະນະທຳໃໝ່ ເປັນເງື່ອນໄຂໃນການພັດທະນາຊີວິດການເປັນຢູ່ດີຂື້ນ.

ການຫັນເອົາການສ້າງນາມມະຍົດແບບຢ່າງດ້ານຕ່າງໆ ເປັນຂະບວນການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາ ຊົນບັນດາເຜົ່າ ນັ້ນແມ່ນແນວທາງຂອງພັກ-ລັດ ທີ່ຖືກຕ້ອງສອດຄ່ອງ ຄືດັ່ງການສ້າງຄອບຄົວ ແລະ ບ້ານວັດ ທະນະທຳໃໝ່ ກໍ່ເປັນອີກນາມມະຍົດແບບຢ່າງໜຶ່ງ ທີ່ເປັນເງື່ອນເຮັດໃຫ້ປະຊາຊົນ ກຸ່ມບ້ານ ຜາດຳ ເມືອງເມິງ ໄດ້ຮັບການພັດທະນາຊີວິດການເປັນຢູ່ດີຂື້ນ, ທ່ານ ສີວິໄລ ສີຫາລາດ ປະທານແນວລາວສ້າງຊາດ ເມືອງເມິງ ຜູ້ຊີ້ນຳກຸ່ມບ້ານຜາດຳໄດ້ໃຫ້ຮູ້ວ່າ: ຜ່ານມາຄະນະນຳຂອງເມືອງ, ຫ້ອງການທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ກະຕຸກຊຸກຍູ້ການພັດທະນາເສດ ຖະກິດ-ສັງຄົມຮອບດ້ານ ເພື່ອປັບປຸງສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງບ້ານຢ່າງຕໍ່ເນື່ອງ ໃນການສຶກສາອົບຮົມການເມືອງ-ແນວຄິດ ເຮັດໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ເປັນເຈົ້າການກະຕື້ລືລົ້ນຈັດປະຕິ ບັດຕາມແນວທາງນະໂຍບາຍ, ລະບຽບຂອງພັກ-ກົດໝາຍຂອງລັດຢ່າງຖືກຕ້ອງສອດຄ່ອງ, ເຮັດໃຫ້ກຸ່ມບ້ານມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ແລະ ປົກປັກຮັກສາຮີິດຄອງປະເພນີອັນດີງາມ ທີ່ເປັນເອກະ ລັກສະເພາະ ພ້ອມກັນສ້າງສາພັດທະນາເສດຖະກິດຄອບຄົວເຮັດໃຫ້ຊິວີດການເປັນຢູ່ດີຂື້ນເປັນກ້າວໆ.
ກຸ່ມບ້ານຜາດຳ ມີ 6 ບ້ານຄື: ບ້ານຜາດໍາ, ບ້ານຜາຂາວ, ບ້ານດອນມູນ, ບ້ານຈອມແຈ້ງ, ບ້ານຫ້ວຍສ້ານ ແລະ ບ້ານປຸ່ງເລາະ; ມີ 3 ຊົນເຜົ່າ, ຊົນເຜົ່າລື້, ຊົນເຜົ່າລາຫູຊິ ແລະ ຊົນເຜົ່າອາຄາ, ປະຊາຊົນເຊື່ອຖືສາສະໜາພຸດ ແລະ ນັບຖືບັນພະບຸລຸດ, ໃນທົ່ວກຸ່ມມີ 500ກວ່າ ຫຼັງຄາເຮືອນ, ມີ 580ກວ່າຄອບຄົວ, ທ່ານ ສົມຫວັດ ຂັນທິປັນຍາ ເລຂາຄະນະພັກຮາກຖານກຸ່ມບ້ານຜາດຳ ໃຫ້ຮູ້ວ່າ: ປະຈຸບັນສະພາບເສດຖະກິດຊີວິດການເປັນຢູ່ຂອງປະຊາຊົນແມ່ນໄດ້ຮັບການປັບປຸບດີຂື້ນຢ່າງຕໍ່ເນື່ອງ ໂດຍໄດ້ຖືກເອົາປູກຝັ່ງ-ສັດລ້ຽງ ແລະ ເກັບກູ້ເຄື່ອງປ່າຂອງດົງ ລາຍຮັບຕົ້ນຕໍ່ແມ່ນຢາງພາລາ ແລະ ເຂົ້າເປືອກ ຊຶ່ງປີໜຶ່ງສາມາດສ້າງລາຍຮັບເຂົ້າກຸ່ມບ້ານປະມານ 18 ຕື້ 300 ລ້ານກີບ; ໃນນີ້ໄດ້ຈາກການຂາຍຢາງພາລາ 5 ຕື້ 400 ລ້ານກີບ, ສະເລ່ຍລາຍຮັບ 7.700.000 ກີບ/ຄົນ/ປີ.
ໃນທົ່ວກຸ່ມບ້ານຜາດຳ ມີເນື້ອທີ່ເຮັດການຜະລິດທັງໝົດ 454,235 ເຮັກຕາ, ສັດລ້ຽງປະເພດງົວ - ຄວາຍຈໍານວນ 2.000 ກວ່າ ໂຕ, ແບ້ 300ກວ່າ ໂຕ, ໝູ 1.500 ກວ່າ ໂຕ, ສັດປີກມີ 16.000ກວ່າ ໂຕ ແລະ ມີໜອງປາ 100ກວ່າ ໜອງ, ພາຫະນະຂົນສົ່ງມີລົດບັນທຸກ, ລົດກະບະ, ລົດອີແຕນ, ລົດຈັກ, ລົດໄຖນາເດີນຕາມ, ມີໂຮງສີເຂົ້າ ທີ່ສ້າງຄວາມສະດວກສະບາຍໃຫ້ແກ່ປະຊາຊົນ. ທ່ານ ອາເອີ ນາຍບ້ານຈອມແຈ້ງ ໃຫ້ຮູ້ວ່າ: ຍ້ອນມີແນວທາງອັນຖືກຕ້ອງຂອງພັກ-ລັດ ໃນການດຶງເອົາທຶນຮອນສຸມໃສ່ຊຸກຍູ້ສົ່ງເສີມພັດທະນາຊີວິດການເປັນຢູ່ຂອງປະຊາຊົນຢ່າງ ຮອບດ້ານ ເຮັດໃຫ້ພື້ນຖານໂຄງລ່າງໄດ້ຮັບການປັບປຸງ, ເສັ້ນທາງຄົມມະນາຄົມຂົນສົ່ງ, ການຊົມໃຊ້ໄຟຟ້າ, ລະບົບໂທລະຄົມມະນາຄົມໄດ້ເຂົ້າເຖິງທຸກບ້ານ ແລະ ດ້ານສາທາລະນະສຸກ, ດ້ານການສຶກສາໄດ້ມີການຂະຫຍາຍຕົວຢ່າງຕໍ່ເນຶ່ອງ ໂດຍລວມແລ້ວ ການສ້າງນາມມະຍົດແບບຢ່າງຄອບຄົວ-ບ້ານວັດທະນະທຳ ຕິດພັນການສ້າງນາມມະຍົດແບບຢ່າງຕ່າງໆ ຖືວ່າເປັນການສ້າງຄວາມເຂັ້ມ ແຂງຢ່າງຮອບດ້ານໃຫ້ແກ່ປະຊາຊົນໄດ້ມີການພັດທະນາທີ່ຍືນຍົງ ເຊິ່ງສະແດງໃຫ້ເຫັນວ່າປະຈຸບັນ ບັນດາ 6 ບ້ານ ກຸ່ມບ້ານຜາດຳ ແມ່ນໄດ້ຮັບນາມມະຍົດເປັນບ້ານວັດທະນະທຳ, ບ້ານສາທາລະນະສຸກແບບຢ່າງ, ບ້ານສາມັກຄີປອງດອງ, ບ້ານຊາວໜຸ່ມ 4 ບຸກ, ບ້ານແມ່ຍິງ 3 ດີ, ບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປອດຄະດີ ແລະ ໃນວັນທີ 3 ມີນາ 2023 ໄດ້ປະກາດຮັບຮອງກຸ່ມບ້ານຜາດຳ ເປັນກຸ່ມວັດ ທະນະທຳໃໝ່, ໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຢັ້ງຢືນໂດຍ ທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ມີທ່ານ ສົມສັກ ປິ່ນແກ້ວ, ມີແຂກຮັບເຊີນຈາກບັນດາພະແກນການຂອງແຂວງ,ຫ້ອງການອ້ອມຂ້າງເມືອງ ແລະ ປະຊົນບັນ ດາເຜົ່າທັງ 6 ບ້ານເຂົ້າຮ່ວມ.
ໃນໂອກາດທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ໄດ້ເຂົ້າຮ່ວມປະກາດຮັບຮອງກຸ່ມບ້ານຜາດຳ ເປັນກຸ່ມວັດທະນະທຳໃໝ່ ທ່ານກໍ່ໄດ້ມີຄຳເຫັນເໜັກໜັກໃຫ້ອົງການຈັດບ້ານສືບຕໍ່ກະຕຸກຍູ້ຊູ້ຄອບຄົວທີ່ມາດຖານເງຶ່ອນບໍ່ທັນຄົບໃຫ້ໄດ້ເປັນຄອບຄົວວັດທະນະທຳ ແລະ ປົກປັກຮັກສາມູນເຊື້ອນາມມະຍົດກຸ່ມບ້ານວັດທະນະທຳໄວ້ໃຫ້ຕະຫຼອດໄປ, ເປັນເຈົ້າການເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດ ແລະ ວຽກງານປ້ອງກັນຊາດ,ປ້ອງກັນຄວາມສະຫງົບເປັນບັນຫາສຳຄັນ ຕິດພັນກັບການພັດທະນາເສດຖະກິດຄອບຄົວດ້ວຍການຄົ້ນຄິດເສີມຂະ ຫຍາຍການຜະລິດການປູກ-ການລ້ຽງ ທີ່ຕະຫຼາດຕ້ອງການ, ມີລາຄາສູງໃຫ້ຫຼາຍກາຍເປັນສິນຄ້າ, ສິ່ງສຳຄັນປະຊາຊົນບັນດາເຜົ່າຕ້ອງເພີ້ມທະວີຄວາມສາມັກຄີພ້ອມກັນປະກອບສ່ວນສ້າງສາພັດທະນາກຸ່ມບ້ານຜາດຳ ໃຫ້ກາຍເປັນກຸ່ມບ້ານພັດທະນາໃນຕໍ່ໜ້າ .
ເຖິງວ່າກຸ່ມບ້ານ ຜາດຳ ເມືອງເມິງ ແຂວງບໍ່ແກ້ວ ຈະໄດ້ຮັບການພັດທະນາຢ່າງຕໍ່ເນຶ່ອງ ກໍ່ຕາມ ແຕ່ກໍ່ມີຫຼາຍດ້ານພົບຄວາມຫຍຸ້ງຍາກ ໂດຍສະເພາະເສັ້ນທາງຄົມມະນາຄົມ ຍັງພົບຄວາມຫຍຸ້ງຍາກໃນການເດີນທາງລະດູ ແລະ ປະຊາຊົນບັນດາເຜົ່າຈຳນວນໜຶ່ງ ລະດັບຄວາມຮັບຮູ້ເຂ…

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382