ງານສະເຫຼີມສະຫຼອງ ປະຕູໂຂງເຂົ້າວັດ ປ່າອ້ອຍມະນີວັນ ທີ່ສ້າງຂຶ້ນໃໝ່ໄດ້ຈັດຂຶ້ນ ໃນຕອນເຊົ້າວັນທີ 12 ມີນາ 2023 ນີ້ ພິທີໄດ້ເລີ້ມປະຕິບັດຕາມທາງສາສະໜາ, ຕາມຮີດຄອງປະເພນີ, ເພື່ອເປັນສ້າງບຸນສິນກິນທານ, ມິຕິຍີນດີ ແລະ ເປັນສິລິມຸງຄຸນແກ່ເຈົ້າພາບເຈົ້າສັດທາ, ການສ້າງພັດທະນາວັດວາອາຣາມໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ ໂດຍສະເພາະການສ້າງປະຕູໂຂງເຂົ້າວັດໃນຄັ້ງນີ້, ເຂົ້າຮ່ວມເປັນປະທານຝ່າຍສົງມີ ພຣະອາຈານໃຫຍ່ ອາດຍາທຳ ຄຳເງິນ ຄຳວົງສ ປະທານ ອພສ ແຂວງບໍ່ແກ້ວ, ພະອາຈານ ບຸນນຳ ທຳມະວົງ ປະທານ ອພສ ເມືອງຫ້ວຍຊາຍ ເຈົ້າອະທິການວັດປ່າ ອ້ອຍມະນີວັນ, ພ້ອມພຣະສົງສາມະເນນ, ຝ່າຍຄະລືຫັດມີທ່ານ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງບໍ່ແກ້ວ, ມີຄອບຄົວຂອງທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ການນຳຂອງແຂວງ, ເມືອງ, ເຈົ້າພາບເຈົ້າສັດທາເຄົ້າ ຕະຫຼອດຮອດອອກຕົນຍາດໂຍມສາທຸຊົນບັນດາເຜົ່າ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ ຕາມຮີດຄອງປະເພນີຂອງຊາວພຸດທີເຄີຍປະຕິບັດກັນມາຕັ້ງແຕ່ດົນນານ. ເຊິ່ງໄດ້ມີການໄຫວ້ພຣະຮັບສິນ, ເທດສະໜາທຳ, ໃສ່ບາດຍາດນໍ້າ, ຖວາຍປະຕູ່ໂຂງ ແລະ ເຄື່ອງໄຊຍະທານ, ພັດຕະຫານ ໃຫ້ແກ່ພຣະສົງ ເພື່ອເປັນການສ້າງບຸນສ້າງກຸສົນ, ອຸທິດເຖິງຄຸນງາມຄວາມດີຂອງພະພຸດທະເຈົ້າ, ຄຸນພິດາ, ມານດາ, ຍາດຕິພີນ້ອງທີ່ລວງລັບໄປແລ້ວ ແລະ ເຈົ້າກຳນາຍເວນ ໄດ້ຮັບເອົາສ່ວນບຸນກຸສົນ, ຮັບພອນຂໍໃຫ້ບຸນຮັກສາເທວະດາຄຸ້ມຄອງ, ພົບແຕ່ສິ່ງທີ່ດີເຂົ້າມາໃນຊີວິດ, ມີໂຊກມີຫຼາກ, ສຸຂະພາບພາລາອານາໄມສົມບູນ, ປະສົບຜົນສຳເລັດໃນສ່ວນຕົວ, ຄອບຄົວຕະຫຼອດໄປ.
ນອກນີ້ ເຈົ້າພາບເຈົ້າສັດທາເຄົາການນຳຂອງແຂວງ, ເມືອງ ຕະຫຼອດຮອດອອກຕົນຍາດໂຍມສາທຸຊົນບັນດາເຜົ່າ ໄດ້ພ້ອມກັນແຮ່ຊໍ່ຍອດຟ້າປະຕູ່ໂຂງ 3 ຊໍ່ ຄື: ຊໍ່ເອກ, ຊໍ່ໂທ ແລະ ຊໍ່ນາງ ອ້ອມຮອບອາຣາມວັດ 3 ຮອບ ເພື່ອເປັນຍ້ອງຍໍການຊົມເຊີຍຜົນສຳເລັດການສ້າງປະຕູໂຂງເຂົ້າວັດ ແລະ ສັນລະເສີນການສ້າງພັດທະນາວັດວາອາຣາມໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ, ພ້ອມທັງເປັນສິຣິມຸງຄຸນໃຫ້ເຈົ້າພາບເຈົ້າສັດທາ ແລະ ອອກຕົນຍາດໂຍມສາທຸຊົນບັນດາເຜົ່າທີ່ມາຮ່ວມງານ. ຈາກນັ້ນນຳໄປຍໍໃສຈຸດກະກຽມເອົາຊໍ່ຍອດຟ້າ ຂື້ນໃສ່ຍອດປະຕູໂຂງ, ໂດຍໄດ້ໃຊ້ພາສະນາຄ້າຍຮູບຫົງຟ້າໃສ່ຊໍ່ຍອດຟ້າ ແລ້ວດຶງສາຍສະລິງຂື້ນເທື່ອລະຍອດ ມີພ້ອມທັງສູດສະຢັນໂຕເພື່ອເປັນສິຣິມຸງຄຸນຍິ່ງ. ປະຕູໂຂງເຂົ້າວັດປ່າອ້ອຍມະນີວັນ ແມ່ນມີຮູບຊົງແບບສິລະປະຫຼວດລາຍຫຼວງພະບາງ, ມີຄວາມສູງຈາກພື້ນຫາຈອມຍອດ 10 ແມັດ, ມີຄວາມກວ້າງ 5 ແມັດ, ມີສອງເສົາ, ເບື່ອງເທິ່ງຂອງປະຕູປະຕິມະກຳອອກແບບຄືທາດ ມີພຣະຍານາກທັງສອງສົນ, ໃຈກາງມີຮູບປັນພຣະບາງ, ມີ 3 ຈອມທາດມີຮູບກາທຳມະຈັກ, ປະຕູໂຂງຫຼວດລາຍປະດັບດ້ວຍສີຄຳ ແລະ ພື້ນແສກແດງ ທັງໝົດການຕົບແຕ່ງຢ່າງມີຄວາມສວຍງາມຖືກຕ້ອງຕາມວັດທະນະທໍາລາວ, ລວມມູນຄ່າການກໍ່ສ້າງທັງໝົດ 180 ລ້ານກວ່າກີບ ໂດຍແມ່ນທຶນຮ່ວມສົມທົບຂອງສັດທາເຄົາ ຂອງທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ພ້ອມຄອບຄົວ, ທ່ານ ບຸນເຫຼື່ອມ ສຸດທະວິໄລ ພ້ອມຄອບຄົວ, ທ່ານ ວິລອນ ພົງສະຫວັດ ພ້ອມຄອບຄົວ, ທ່ານ ອາຕົງ ພ້ອມຄອບຄົວ, ທ່ານ ພັນທອງ ວິໄລສານ ພ້ອມຄອບຄົວ, ທ່ານ ສຸກສົມພອນ ທິບພະພອນ ພ້ອມຄອບຄົວ, ທ່ານ ທະນົງສັກ ສຸບັນດິດ ພ້ອມຄອບຄົວ ແລະ ສັດທາທົ່ວໄປຮ່ວມບໍລິຈາກສົມທົບທຶນອີກຈຳນວນໜຶ່ງ.