ກອງປະຊຸມກາງສະໄຫມ ຂອງໜ່ວຍພັກຄົ້ນຄວ້າ-ສັງລວມ ຄັ້ງທີ II ໄດ້ໄຂຂຶ້ນໃນລະຫວ່າງວັນທີ 16-18 ພຶດສະພາ 2023, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ຊັ້ນ 3, ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ຈັນປິງ ໂສລະທີ ຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຄົ້ນຄວ້າສັງລວມ, ເຊິ່ງມີຜູ້ເຂົ້າຮ່ວມກອງປະຊຸມທັງໝົດ 19 ສະຫາຍ, ຍິງ 6 ສະຫາຍ ໃນນີ້, ມີແຂກຖືກເຊີນເຂົ້າຮ່ວມ 3 ສະຫາຍ ມາຈາກຄະນະກວດກາພັກ-ລັດແຂວງ, ຄະນະຈັດຕັ້ງແຂວງ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານຫ້ອງວ່າການແຂວງ ແລະ ກອງປະຊຸມໃຫ້ກຽດຕ້ອນຮັບການນໍາຂອງແຂວງ ມີ 3 ສະຫາຍ ຄື: ສະຫາຍ ເລຂາພັກແຂວງ; ສະຫາຍ ປະທານຄະນະກວດກາພັກ-ລັດແຂວງ ແລະ ສະຫາຍເລຂາຄະນະພັກຮາກຖານຫ້ອງວ່າການແຂວງ ແລະ ໄດ້ຮັບຟັງຄໍາເຫັນໂອ້ລົມ ຊີ້ທິດເຍື່ອງທາງ ຈາກສະຫາຍຄະນະພັກຂັ້ນເທິງ.
ກອງປະຊຸມກາງສະໄຫມ ຄັ້ງນີ້ ແມ່ນໄດ້ສຸມໃສ່ ສະຫຼຸບຕີລາຄາສະພາບການນໍາພາ-ຊີ້ນໍາ, ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິ ຄັ້ງທີ VI ຂອງອົງຄະນະພັກແຂວງ ແລະ ມະຕິ ຄັ້ງທີ II ຂອງໜ່ວຍພັກ ຕິດພັນກັບການສະຫຼຸບຕີລາຄາຄືນດ້ານວິຊາສະເພາະຂັ້ນຂອງຕົນ ແລະ ການທາບທາມຄວາມໄວ້ວາງໃຈຕໍ່ຄະນະພັກ ໃນການຍົກສູງຄວາມຮັບຜິດຊອບ, ສາມາດນໍາພາ, ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນໄລຍະຜ່ານມາ ລົງເລິກໃນການສໍາຫຼວດການນໍາພາຂອງຄະນະໜ່ວຍພັກ ໄລຍະກາງສະໄຫມ ໃນການກວດກາ, ຕີລາຄາຄຸນນະພາບ ຂອງການນໍາພາ-ຊີ້ນໍາ, ປະຕິບັດກົດລະບຽບຂອງພັກ, ມະຕິ-ຄໍາສັ່ງ ຂອງສູນກາງພັກ, ການສ້າງພັກທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາຂອງຄະນະພັກ ຕາມທິດສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ຫນັກແຫນ້ນ ຕິດພັນກັບການສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກ ແລະ ບົດສໍາຫຼວດຂອງບຸກຄົນສະມາຊິກພັກພາຍໃນໜ່ວຍພັກ.
- ເພີ່ມທະວີແບບແຜນນໍາພາ ແລະ ວິທີເຮັດວຽກ ຂອງຄະນະພັກໃຫ້ເປັນລະບົບຕໍ່ເນື່ອງ ເພື່ອປັບປຸງແກ້ໄຂໃນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝຂອງພັກ, ເຮັດວຽກພັກໄປຕາມຫຼັກການລວມສູນ ປະຊາທິປະໄຕ ເປັນໝູ່ຄະນະ ຕາມ 5 ຫຼັກການ 3 ທິດນໍາຂອງພັກ.
- ເພີ່ມທະວີຄວາມສາມາດ ແລະ ບົດຮຽນໃນການສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄວາມຕື່ນຕົວໃນການຊອກຮູ້ຮໍ່າຮຽນ ເຊື່ອມຊຶມກໍາແໜ້ນບັນດານິຕິກໍາຕ່າງໆ ຂອງພັກ-ລັດ ວາງອອກແຕ່ລະໄລຍະ ຢ່າງເປັນປົກກະຕິຕໍ່ເນື່ອງ.
- ເພີ່ມທະວີການນໍາພາ, ຈັດຕັ້ງ, ເຊື່ອມຊຶມ ແລະ ຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ-ລັດ, ການສຶກສາອົບຮົມການເມືອງ - ແນວຄິດໃຫ້ແກ່ສະມາຊິກພັກ ໃຫ້ເລິກເຊິ່ງ, ມີຫຼາຍຮູບ ຫຼາຍສີ, ຊອກໃຫ້ເຫັນບັນຫາຈຸດອ່ອນ-ຂໍ້ຄົງຄ້າງ ເພື່ອນໍາປັບປຸງແກ້ໄຂໃຫ້ດີຂຶ້ນເປັນກ້າວໆ.
- ເພີ່ມທະວີການຕິດຕາມ, ກວດກາ, ການຕໍານິຕົນເອງ, ຕໍານິຕິຊົມເຊິ່ງກັນ ແລະ ກັນ ຢ່າງແຂງແຮງໃນເວລາດໍາເນີນຊີວິດການເມືອງ ພາຍໃນໜ່ວຍພັກ ດ້ວຍຄວາມຈິ່ງອົກ ຈິ່ງໃຈ, ກ້າເວົ້າ, ກ້າເຮັດ, ກ້າຕໍານິສົ່ງຂ່າວ ຊ່ວຍເຫຼືອກໍ່ສ້າງເອົາກັນ.
- ເອົາໃຈໃສ່ ການສໍາຫຼວດກວດກາ, ຕີລາຄາຄຸນນະພາບ, ຈັດປະເພດສະມາຊິກພັກ ສຸມປີຜ່ານມາ, ເຖິງວ່າມີສະມາຊິກພັກເຂົ້າຮ່ວມຄົບຖ້ວນ, ແຕ່ຄຸນນະພາບ ຍັງບໍ່ທັນສູງ, ການໃຫ້ຄະແນນ ແລະ ຈັດປະເພດສະມາຊິກພັກດ້ວຍກັນ ຈໍານວນຫນຶ່ງຍັງຖືເບົາ.
ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຄໍາເກິ່ງ ຜີວວັນນາ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານຫ້ອງວ່າການແຂວງ, ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ຂອງຄະນະພັກໃນຊີ້ນໍາ-ນໍາພາວຽກງານກໍ່ສ້າງພັກ-ພະນັກງານ; ການປະຕິບັດຫນ້າທີ່ການເມືອງ ຂອງຄະນະພັກ, ສະມາຊິກພັກ ຕະຫຼອດໄລຍະຜ່ານມາ, ເຫັນໄດ້ວ່າສາມາດຍາດໄດ້ຜົນງານ, ຜົນສໍາເລັດຫຼາຍດ້ານ ພ້ອມກັນນັ້ນ ກໍ່ຍັງໄດ້ສະແດງເຖິງຄວາມເປັນຫ່ວງເປັນໃຍຕໍ່ຄະນະພັກ, ສະມາຊິກ ໃນການສືບຕໍ່ແກ້ໄຂດ້ານອ່ອນ, ຂໍ້ຄົງຄ້າງ ທີ່ສ່ອງແສງລາຍງານ ແລະ ການປະກອບຄໍາຄິດເຫັນ ຜ່ານໄປແລ້ວນັ້ນ ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກ, ສະມາຊິກພັກ ຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂບາງບັນຫາດັ່ງນີ້: