ວັນທີ 21 ສິງຫາ 2020 ທ່ານ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມ ແຂວງບໍ່ແກ້ວ, ມີທ່ານ ບຸນຈັນ ສິນທະວົງ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມເຄື່ອນໄຫວ; ໂດຍການຕ້ອນຮັບ ແລະ ຮ່ວມເຮັດວຽກ ຂອງທ່ານ ບົວຄົງ ນາມມະວົງ, ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ພະນັກງານ ທີ່ກ່ຽວຂ້ອງ.
ທ່ານ ບົວຄົງ ນາມມະວົງ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະ ຕົ້ນປີຂອງແຂວງບໍ່ແກ້ວ ໃຫ້ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະຊາບ ເຫັນວ່າ: 6 ເດືອນຕົ້ນປີນີ້ ແຂວງບໍ່ແກ້ວກໍ່ເປັນແຂວງໜຶ່ງ ທີ່ໄດ້ຮັບຜົນກະທົບຢ່າງໜັກ ຈາກການແຜ່ລະບາດຂອງພະຍາດ COVID-19, ພະຍາດໄຂ້ເລືອດອອກ ເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດພົບຄວາມຫຍຸ້ງຍາກ ແລະ ບໍ່ສາມາດບັນລຸຕາມ ແຜນການທີ່ວາງໄວ້. ເຖິງຢ່າງໃດກໍ່ຕາມ ຄະນະນໍາຂອງແຂວງ ກໍ່ໄດ້ເອົາໃຈໃສ່ໃນການນໍາພາ ແລະ ຊຸກຍູ້ການຜະລິດ ຂອງປະຊາຊົນ ໃຫ້ກຸ້ມພາຍໃນແຂວງ, ສ້າງເງື່ອນໄຂໃຫ້ບັນດາທຸລະກິດ ສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພິ່ງຕົນເອງໄດ້ ເພື່ອຮັກສາຈັງຫວະການເຕີບໂຕທາງດ້ານເສດຖະກິດ ບໍ່ໃຫ້ຫຼຸດໂຕນກັນຫຼາຍ, ກໍ່ສ້າງພື້ນຖານໂຄງລ່າງ ທີ່ມີຄວາມຈໍາເປັນ, ຫັນພະນັກງານລົງກໍ່ສ້າງຮາກຖານຊົນນະບົດ, ຢູ່ເຂດຈຸດສຸມ ແລະ ຫັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຂອງທົ່ວປວງຊົນຮອບດ້ານ ເຮັດໃຫ້ແຂວງບໍ່ແກ້ວ ສືບຕໍ່ມີສະຖຽນລະພາບ ຮັກສາໄດ້ຄວາມສະຫງົບໂດຍພື້ນຖານ. ສໍາລັບການປ້ອງກັນພະຍາຍາດ COVID-19 ຄະນະກໍາມະການຂັ້ນແຂວງ ໄດ້ເອົາໃຈໃສ່ຕິດຕາມ ເຝົ້າລະວັງເປັນພິເສດ ໂດຍສະເພາະ ຢູ່ບັນດາດ່ານສາກົນ ແລະ ດ່ານທ້ອງຖິ່ນ ເພື່ອບໍໃຫ້ມີການລັກລອບເຂົ້າເມືອງ ແລະ ເຜີຍແຜ່ຜົນຮ້າຍຂອງພະຍາດນີ້ ໃຫ້ປະຊາຊົນໄດ້ຮັບຊາບດ້ວຍ ຫຼາຍຮູບການ. ສ່ວນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງມາຮອດປະຈຸບັນ ທຸກອານຸກໍາມະການ ແມ່ນຮີບຮ້ອນຮອບດ້ານ ຄາດວ່າຈະເປີດຂຶ້ນໃນທ້າຍເດືອນກັນຍາ 2020 ນີ້.
ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ໃຫ້ກຽດໂອ້ລົມຕໍ່ການນໍາຂອງແຂວງ, ຊຶ່ງທ່ານໄດ້ເນັ້ນໜັກ ໃຫ້ເອົາໃຈໃສ່ ກວດກາຄືນບັນດາໂຄງການລົງທຶນຂອງລັດໃຫ້ເໝາະສົມ, ສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນໃຫ້ຫຼາຍຂຶ້ນ ເພື່ອສະໜອງໃຫ້ພາຍໃນ ແລະ ສົ່ງອອກຕ່າງປະເທດ, ສົ່ງເສີມການລົງທຶນຂອງພາກເອກະຊົນ, ການຮ່ວມທຶນ, ການລົງທຶນແບບມີສ່ວນຮ່ວມຂອງປະຊາຊົນ ຂອງຫຼາຍພາກສ່ວນ ໃຫ້ເປັນລະບົບ, ຮັບປະກັນ ແລະ ຫຼາຍຂຶ້ນກວ່າເກົ່າ. ເອົາໃຈໃສ່ຟື້ນຟູເສດຖະກິດຂອງແຂວງ ພາຍຫຼັງການລະບາດຂອງພະຍາດ COVID-19 ດ້ວຍການພັດທະນາ ແລະ ຟື້ນຟູຂະແໜງການ ທີ່ເປັນທ່າແຮງຂອງແຂວງ ເປັນຕົ້ນ ຂະແໜງການທ່ອງທ່ຽວ, ການບໍລິການ; ເອົາໃຈໃສ່ລົບລ້າງຄວາມທຸກຍາກຂອງປະຊາຊົນ, ສ້າງອາຊີບ ໃຫ້ເຂົາເຈົ້າ; ພັດທະນາສືມືແຮງງານ ແລະ ຈັດສັນອາຊີບໃຫ້ປະຊາຊົນທີ່ກັບມາແຕ່ຕ່າງປະເທດ ໃຫ້ເຂົາເຈົ້າ ມີວຽກເຮັດງານທໍາ; ສຶກສາອົບຮົມໃຫ້ປະຊາຊົນຕະຫຼອດຮອດ ພະນັກງານ, ທະຫານ, ຕໍາຫຼວດ ໃຫ້ມີສະຕິເປັນເຈົ້າ ໃນການປະຕິບັດລະບຽບກົດໝາຍ; ສໍາຄັນແມ່ນສ້າງສະຕິ ໃຫ້ທຸກຄົນຫັນປ່ຽນແບບແຜນດໍາລົງຊີວິດແບບເກົ່າ ໄປສູ່ການດໍາລົງຊີວິດໃໝ່ ທີ່ກ້າວໜ້າກວ່າເກົ່າ, ສາມາດເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເພິ່ງຕົນເອງໄດ້.
ສໍາລັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງ ໃຫ້ເອົາໃຈໃສ່ໃນການຊຸກຍູ້ ຂະບວນການຕ່າງໆ ໃຫ້ເປັນຂະບວນການຟົດຟື້ນ ນັບທັງຂະບວນການຜະລິດຂອງປະຊາຊົນ, ຂະບວນການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ຂະບວນການເຝົ້າລະວັງ, ປ້ອງກັນພະຍາດ COVID-19 ແລະ ພະຍາດລະບາດອື່ນ, ຂະບວນສ້າງບັນຍາກາດອື່ນ ເຊັ່ນ: ຂະບວນການອະນາໄມປະດັບປະດາ, ກິລາ, ສິລະປະວັນນະຄະດີ ແລະ ອື່ນໆ; ທາງດ້ານເນື້ອໃນ ໃຫ້ເບິ່ງຄືນຮ່າງບົດລາຍງານການເມືອງ ໂດຍສະເພາະ ພາກແຜນພັດທະນາເສດຖະກິດ-ສັງຄົມ ໃນຊຸມປີຕໍ່ໜ້າ ໃຫ້ເບິ່ງຄືນທ່າແຮງບົ່ມຊ້ອນຂອງແຂວງ, ໂຄງປະກອບທາງດ້ານເສດຖະກິດ ວ່າຈະພັດທະນາອັນໃດ ກ່ອນ, ເຮັດຢູ່ບ່ອນໃດ ກຳນົດຈຸດສຸມໃຫ້ລະອຽດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ; ທາງດ້ານບຸກຄະລາ ກອນ ຄວນເອົາໃຈໃສ່ໃນບັນດາມາດຖານ ຂອງບຸກຄະລາກອນ ເປັນຕົ້ນ ອາຍຸ, ເພດ, ເຜົ່າ ຄັດເລືອກເອົາຜູ້ມີມາດຖານເງື່ອນໄຂຄົບຖ້ວນ ເພື່ອເປັນຫຼັກແຫຼ່ງໃນການນໍາພາ-ຊີ້ນໍາ, ຜູ້ທີ່ສາມາດເປັນແບບຢ່າງ ໃຫ້ແກ່ສະມາຊິກພັກ ແລະ ປະຊາຊົນ.