bonus new member 100

ຄໍານັບຊົມເຊີຍກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງບໍ່ແກ້ວ ສະໄໝທີ VI ຢ່າງສຸດອົກສຸດໃຈ !

ໜ່ວຍພັກຄົ້ນຄວ້າ-ສັງລວມ ເປີດກອງປະຊຸມທາບທາມເນຶື້ອໃນ ແລະ ຄວາມໄວ້ວາງໃຈຕໍ່ຄະນະໜ່ວຍພັກ

 

ຕອນເຊົ້າເວລາ 8 ໂມງ 00 ນາທີ ຂອງ ວັນທີ 16 ພຶດສະພາ 2023 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ຊັ້ນ 3 ໄດ້ເປີດກອງປະຊຸມທາບທາມເນື້ອໃນ ແລະ ຄວາມໄວ້ວາງໃຈ ຂອງຄະນະໜ່ວຍພັກ, ສະມາຊິກພັກ ໜ່ວຍພັກຄົ້ນຄວ້າສັງລວມ, ພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ຈັນປິງ ໂສລະຖີ ຮອງເລຂາຄະນະພັກຮາກຖານຫ້ອງວ່າການແຂວງ, ເລຂາໜ່ວຍພັກຄົ້ນຄວ້າສັງລວມ, ໃຫ້ກຽດເຂົ້າຮ່ວມ ແລະ ມີຄໍາເຫັນໂອ້ລົມຊີ້ນໍາ ຂອງ ສຸກຂະ ຫຼຽນທອງຄໍາ ຄະນະປະຈໍາພັກແຂວງ, ປະທານກວດກາພັກ-ລັດແຂວງ, ສະຫາຍ ຄໍາເກິ່ງ ຜີວວັນນາ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງວ່າການແຂວງ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ແຂກຕາງໜ້າຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ລັດແຂວງ, ຜູ້ແທນກອງປະຊຸມເຂົ້າຮ່ວມ ທັງໝົດ 21 ສະຫາຍ, ຍິງ 11 ສະຫາຍ.

ກອງປະຊຸມໄດ້ຮັບຟັງການລາຍງານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ໄລຍະກາງສະໄໝ ຂອງໜ່ວຍພັກຄົ້ນຄວ້າ-ສັງລວມ ແລະ ທິດທາງແຜນການໄລຍະທ້າຍສະໄໝ; ຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂະແໜງຄົ້ນຄວ້າສັງລວມ; ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກຄົ້ນຄວ້າ-ສັງລວມ, ຫຼັງຈາກນັ້ນສະມາຊິກພັກ ກໍ່ໄດ້ປະກອບຄໍາຄິດເຫັນຢ່າງກົງໄກ-ກົງມາ ຕໍ່ຮ່າງບົດສະຫຼຸບທັງ 3 ສະບັບ, ເພື່ອນໍາໄປປັບປຸງທາງດ້ານເນື້ອໃນໃຫ້ຄົບຖ້ວນສົມບູນ.

ຫ້ອງວ່າການປົກຄອງແຂວງ ປະຕິບັດໜ້າທີ່ເປັນເສນາທິການທີ່ດີ, ເປັນຜູ້ປະສານງານທີ່ດີ ແລະ ເປັນຜູ້ບໍລິການທີ່ດີ

ເຊີນທ່ຽວບໍ່ແກ້ວ ມະນີລໍ້າຄ່າ ປ່າດອກງີ້ວບານ ເທດສະການບັນດາເຜົ່າ ຖິ່ນເກົ່າສຸວັນນະໂຄມຄໍາ

No result...

ແຜນທີແຂວງບໍ່ແກ້ວ

ສະຖິຕິ ຄົນເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:16
ມື້ວານນີ້:ມື້ວານນີ້:101
ອາທິດນີ້:ອາທິດນີ້:192
ເດືອນນີ້:ເດືອນນີ້:2228
ທັງໝົດ:ທັງໝົດ:67042

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382