bonus new member 100

ການປະຕິບັດນະໂຍບາຍ ເງິນອຸດໜູນເສຍສະຫຼະຊີວິດ ປະຈຳປີ 2017

ຕອນເຊົ້າ ວັນທີ 12 ກໍລະກົດ 2017 ນີ້, ຢູ່ທີ່ ສະໂມສອນ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດພິທີມອບ-ຮັບເງີນນະໂຍບາຍອຸດໜູນ ໃຫ້ແກ່ ຄອບຄົວຜູ້ທີ່ເສຍສະຫຼະຊີວິດ ຮັບໃຊ້ຊາດໃນປາງສົງຄາມ.ເຂົ້າຮ່ວມມີທ່ານ ພົງສະຫວັນ ປັນຍາສັກ ຮອງເລຂາພັກເມືອງ ຮອງເຈົ້າເມືອງ,ທ່ານ ຈອມສີ ລັດຕະນະປັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆບໍ່ແກ້ວ, ທ່ານພະຫົນພົມປັນຍາ ຫົວໜ້ພະແນກ ແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ,ມີບັນດາຄະນະການນຳຂອງເມືອງ,ພະນັກງານບຳນານ,ພະນັກງານເສຍອົງຄະ,ຕະຫຼອດຮອດ ຕາງໜ້າ ຄອບຄົວ ຜູ້ເສຍສະຫຼະ ຊີວິດ ເຂົ້າຮ່ວມ.

ພິທີ ໄດ້ຜ່ານຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ,ສະບັບເລກທີ 1241/ຮສສ ວ່າ ດ້ວຍການຈັດຕັ້ງປະຕິບັດນະໂຍບາຍ ເງີນອຸດໜູນເສຍສະຫຼະຊີວິດ ປະຈຳສົກປີ 2017.ຜ່ານການເກັບກຳຂໍ້ມູນຕົວຈິງ ໃນສົກປີຜ່ານມາໃນນັ້ນຢູ່ເມືອງຜາອຸດົມ ໄດ້ມີຜູ້ທີ່ມີຄຸນງາມຄວາມດີ ເສຍສະຫຼະຊີວິດ-ເລືອດເນື້ອເພື່ອຊາດ ຈຳນວນ 63 ສະຫາຍ. ໂອກາດ ນີ້ທ່ານຈອມສີ ລັດຕະນະປັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆບໍ່ແກ້ວ ໄດ້ເປັນກຽດກ່າວມອບເງີນອຸດໜູນຈຳນວນ 1,317,735,000 ກີບໃຫ້ແກ່ ບັນດາ ຄອບຄົວ ຜູ້ສະຫຼະຊີວິດປາງສົງຄາມ ເພື່ອຈະໄດ້ນຳໄປໜູນໃຊ້ ໃນການທຳບຸນ ສິນກິນທານ ໃຫ້ແກ່ບັນພະບຸລຸດທີ່ໄດ ເສຍສະຫຼະຊີວິດ ເພື່ອປະເທດຊາດ:ເຊີ່ງອາດເວົ້າໄດ້ວ່າຖ້າ ບໍ່ມີພວກເພີ່ນ ອາດຈະບໍ່ມີພວກເຮົາ ໃນວັນນີ້.

ທ່ານ ພະຫົນ ພົມປັນຍາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ໄດ້ມີຄຳເຫັນໃນຫຼາຍດ້ານເຊີ່ງທ່ານ ໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ຍາດຕິພີ່ນ້ອງ-ຄອບຄົວ ຜູ້ທີໄດ້ຮັບເງີນອຸດໜູນ ໃນຄັ້ງນີ້ ຈົ່ງພ້ອມກັນ ຮັກສາມູນເຊື້ອ ອັນເດັດດ່ຽວໜຽວແໜ້ນ, ພິລະອາດຫານ, ສືບຕໍ່ນຳໃຊ້ເງີນອຸດໜູນດັ່ງກ່າວ ໄປສ້າງເສດຖະກິດ ຄອບຄົວ ໃຫ້ນັບມື້ຮັ່ງມີເຂັ້ມແຂງ.
ຂ່າວ:ສົມພອນ ທະວີສິດ.

ຫ້ອງວ່າການປົກຄອງແຂວງ ປະຕິບັດໜ້າທີ່ເປັນເສນາທິການທີ່ດີ, ເປັນຜູ້ປະສານງານທີ່ດີ ແລະ ເປັນຜູ້ບໍລິການທີ່ດີ

ເຊີນທ່ຽວບໍ່ແກ້ວ ມະນີລໍ້າຄ່າ ປ່າດອກງີ້ວບານ ເທດສະການບັນດາເຜົ່າ ຖິ່ນເກົ່າສຸວັນນະໂຄມຄໍາ

No result...

ແຜນທີແຂວງບໍ່ແກ້ວ

ສະຖິຕິ ຄົນເຂົ້າຊົມເວັບໄຊ

ມື້ນີ້:ມື້ນີ້:54
ມື້ວານນີ້:ມື້ວານນີ້:74
ອາທິດນີ້:ອາທິດນີ້:263
ເດືອນນີ້:ເດືອນນີ້:1256
ທັງໝົດ:ທັງໝົດ:83960

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382