bonus new member 100

ການເຄື່ອນໄຫວຂອງທ່ານເຈົ້າແຂວງ-ຮອງເຈົ້າແຂວງ

ທ່ານ ສອນໄຊ ສີພັນດອນ ເນັ້ນໜັກໃຫ້ແຂວງບໍ່ແກ້ວ ເອົາໃຈໃສ່ແກ້ໄຂບັນຫາໄພພິບັດຫຼາຍດ້ານ

ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ໄດ້ເຄື່ອນໄຫວຢຽ້ມຢາມ ແລະ ກວດກາສະພາບຜົນເສຍຫາຍຈາກໄພພິບັດທາງທໍາມະຊາດ ຢູ່ທີ່ແຂວງບໍ່ແກ້ວ ໃນລະຫວ່າງວັນທີ 12-13 ກັນຍາ 2018 ນີ້.

ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບຜົນກະທົບທີ່ເກີດຈາກໄພພິບັດທໍາມະຊາດ ແລະ ສະພາບການພັດທະນາເສດຖະກິດ-ສັງຄົມ ໃນໄລຍະທີ່ຜ່ານມາ ເປັນຕົ້ນ: ຂະແໜງແຮງງານສະຫວັດດີການ-ສັງຄົມ: ເກີດເຫດການໄຟໄໝ້ເຮືອນຂອງປະຊາຊົນ ຈໍານວນ 7 ຫຼັງຄາເຮືອນ ໃນ 7 ບ້ານ 5 ເມືອງ ທົ່ວແຂວງມີຜູ້ຖືກຜົນກະທົບ 47 ຄົນ; ລວມມູນຄ່າເສຍຫາຍ ຈໍານວນ 844 ລ້ານກີບ, ພາຍຸໝາກເຫັບຕົກໃສ່ເຮືອນປະຊາຊົນ ເສຍຫາຍ 1 ຫຼັງ, ເກີດເຫດການລົມພາຍຸພັດແຮງກະທົບໃສ່ເຮືອນປະຊາຊົນ ເສຍຫາຍ 8 ຫຼັງ, ມູນຄ່າເສຍຫາຍ 56 ລ້ານກວ່າກີບ. ເຊິ່ງນັບແຕ່ທ້າຍເດືອນ ກໍລະກົດ 2018 ເປັນຕົ້ນມາ ໄດ້ມີພະຍຸພັດຜ່ານ, ເກີດມີຝົນຕົກໜັກຕິດຕໍ່ກັນ ເຮັດໃຫ້ເກີດມີນໍ້າສຸໄຫຼ ແລະ ດິນເຊາະເຈື່ອນໃສ່ເຮືອນຂອງປະຊາຊົນເປ່ເພ ຈໍານວນ 4 ຫຼັງ, ເຮືອນຄົວເປ່ເພເສຍຫາຍ 3 ຫຼັງ, ເລົ້າເຂົ້າເສຍຫາຍ ຈໍານວນ 5 ຫຼັງ, ເຂົ້າເປືອກເສຍຫາຍ 9 ໂຕນ, ເປັນມູນຄ່າຜົນເສຍຫາຍ 273 ລ້ານກີບ; ຂະແໜງກະສິກໍາ: ມີເນື້ອທີ່ນາປີ ຖືກເສຍຫາຍໃນເນື້ອທີ່ 287 ກວ່າເຮັກຕາ, ຖືກຜົນກະທົບ 418 ກວ່າເຮັກຕາ, ເນື້ອທີ່ໄຮ່ທີ່ຖືກເສຍຫາຍ 48 ກວ່າເຮັກຕາ, ເນື້ອທີ່ສວນໝາກເດືອຍ ເສຍຫາຍ 13 ກວ່າເຮັກຕາ, ຊົນລະປະທານເປ່ເພຈໍານວນ 4 ແຫ່ງ, ໜອງປາ 22 ໜອງ ມູນຄ່າເສຍຫາຍຈໍານວນ 2,56 ຕື້ກີບ; ຂະແໜງໂຍທາທິການ ແລະ ຂົນສົ່ງ: ເສັ້ນທາງຫຼວງແຫ່ງຊາດ R3 ເປເພ 22 ຈຸດ; ເສັ້ນ ທາງຫຼວງຂອງແຂວງ ຖືກຜົນກະທົບ ມີ 5 ເສັ້ນ; ທາງຫຼວງຂອງເມືອງຖືກຜົນກະທົບ ມີ 10 ເສັ້ນ; ເສັ້ນທາງຊົນນະບົດ ໄດ້ຮັບຜົນກະທົບ ມີ 11 ເສັ້ນ; ເສັ້ນທາງເທດສະບານທີ່ໄດ້ຮັບຜົນກະທົບ ມີ 7 ເສັ້ນ, ລວມມູນຄ່າຄວາມເສຍຫາຍ 63 ຕື້ກວ່າກີບ; ຂະແໜງພະລັງງານ-ບໍ່ແຮ່: ລະບົບຕາຂ່າຍໄຟຟ້າ 22 ກິໂລໂວນ, ເສົາໄຟຟ້າຫັກ, ໝໍ້ແປງໄຟຟ້າ ເສຍຫາຍປະມານ 450 ລ້ານກວ່າກີບ; ຂະແໜງສາທາລະນະສຸກ: ລະບົບນໍ້າລິນ ເສຍຫາຍໃນ 3 ເມືອງ ຄື: ເມືອງຫ້ວຍຊາຍ, ເມືອງຕົ້ນເຜີ້ງ ແລະ ເມືອງຜາອຸດົມ ມູນຄ່າເສຍຫາຍ 970 ລ້ານກີບ. ຜ່ານການລົງເກັບກໍາຂໍ້ມູນຕົວຈິງ ແລະ ປະເມີນຄວາມເສຍຫາຍທີ່ເກີດຂຶ້ນຈາກໄພພິບັດ ທີ່ເກີດຂຶ້ນທົ່ວແຂວງບໍ່ແກ້ວ ເສຍຫາຍທັງໝົດ 69 ຕື້ກວ່າກີບ. ສຳການຊ່ວຍເຫຼືອແກ້ໄຂໃນເບື້ອງຕົ້ນ, ທາງອໍານາດການປົກຄອງແຂວງບໍ່ແກ້ວ ໄດ້ສຸມທຸກກຳລັງເຂົ້າໄປຊ່ວຍເຫຼືອ ແລະ ໄດ້ມີການລະດົມເຄື່ອງບໍລິຈາກຕ່າງໆ ຈາກທຸກພາກສ່ວນພາຍໃນແຂວງ ໃນນີ້, ໄດ້ລະດົມເງິນສົດ, ເຄື່ອງອຸປະໂພກ-ບໍລິໂພກ ລວມທັງໝົດ 3 ຕື້ກວ່າກີບ ແລະ ໄດ້ມີການນໍາໄປຊ່ວຍ ເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ເປັນຕົ້ນ ເງິນ, ເຂົ້າກິນ, ນໍ້າກິນນໍ້າໃຊ້ ແລະ ເຄື່ອງໃຊ້ທີ່ຈໍາເປັນຈໍານວນໜຶ່ງ. ສໍາລັບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະ 9 ເດືອນທີ່ຜ່ານມາ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ໄດ້ລາຍງານຕື່ມວ່າ: ໃນໄລຍະ 9 ເດືອນຜ່ານມາ ເສດຖະກິດຂອງມີການຂະຫຍາຍຕົວໃນລະດັບ 7,5%, ລວມຍອດຜະລິດ ຕະພັນພາຍໃນ GDP ບັນລຸ 2.663 ຕື້ກີບ, ທຽບໃສ່ແຜນການປີປະຕິ ບັດໄດ້ 89,23%, ລາຍໄດ້ສະເລ່ຍປະຕິບັດໄດ້ 1.673 ໂດລາສະຫະລັດ/ຄົນ/ປີ ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 1,24%; ການຈັດເກັບລາຍຮັບໄດ້ ປະຕິບັດໄດ້ 218.970,95 ລ້ານກີບ ເທົ່າກັບ 66,91% ຂອງແຜນການປີ.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອໍານາດການປົກຄອງແຂວງບໍ່ແກ້ວ ທີ່ສາມາດຍາດມາໄດ້ ໃນໄລຍະຜ່ານມາ. ພ້ອມດຽວນັ້ນ, ທ່ານຍັງໄດ້ມີທິດຊີ້ນໍາ ແລະ ເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ບັນລຸຕາມຄາດໝາຍ, ໃນນີ້ ໃຫ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ 8 ມາດຕະການກະຕຸ້ນເສດຖະກິດຂອງລັດຖະບານ ຄຽງຄູ່ກັນນັ້ນ, ໃຫ້ຕິດຕາມກວດກາຄືນ ການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຕ່າງໆ ທີ່ລັດຖະບານອະນຸມັດ, ປັບປຸງສະພາບແວດລ້ອມ ແລະ ການອໍານວຍຄວາມສະດວກ ໃຫ້ແກ່ການດໍາເນີນທຸລະກິດ, ເກັບກໍາ ແລະ ຊອກຄົ້ນຖານລາຍຮັບຕົວຈິງໃຫ້ຄົບຖ້ວນ ໂດຍສະເພາະແມ່ນ ການຈັດເກັບລາຍຮັບຈາກທີ່ດິນ ແລະ ອື່ນໆ. ສຳລັບການແກ້ໄຂໄພພິບັດ ແມ່ນໃຫ້ເອົາໃຈໃສ່ໃນການຕິດຕາມ, ເຝົ້າລະວັງ ແລະ ແຈ້ງເຕືອນໃຫ້ປະຊາຊົນໄດ້ຮັບຮູ້ ຢ່າງທັນການ ເພື່ອກຽມພ້ອມຮັບມື; ເອົາໃຈໃສ່ໃນການສ້າງແຜນຮັບມືໃຫ້ເປັນລະບົບຄົບຊຸດ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ; ພາຍຫຼັງນໍ້າລົງ ໃຫ້ຂຶ້ນແຜນການຊ່ວຍເຫຼືອຕາມຄວາມຕ້ອງການຕົວຈິງ ເພື່ອລະດຸມຈາກພາກສ່ວນຕ່າງໆຢ່າງທັນການ; ເອົາໃຈໃສ່ໃນການຈັດສົ່ງເຄື່ອງຊ່ວຍເຫຼືອບັນເທົ່າທຸກ ໃຫ້ໄປເຖິງຜູ້ປະສົບໄພຢ່າງທັນການ ຫຼີກລ້ງງການສວຍໂອກາດ.

ໃນການເດີນທາງມາເຄື່ອນໄຫວວຽກງານ ຢູ່ທີ່ແຂວງບໍ່ແກ້ວ ໃນຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ໄດ້ມອບເງິນ ຈໍານວນ 50 ລ້ານກີບ ໃຫ້ອໍານາດການປົກຄອງ​ແຂວງບໍ່ແກ້ວ ແລະ ມອບເງິນ ຈໍານວນ 10 ລ້ານກີບ ໃຫ້ອໍານາດການປົກຄອງ ບ້ານດອນໃຈ, ເມືອງຫ້ວຍຊາຍ ເພື່ອນໍ້າໃຊ້ເຂົ້າໃນການຊ່ວຍເຫຼືອ ແລະ ຟືນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກຜົນກະທົບ ຕື່ມອີກ.

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382