bonus new member 100

ບັນດາເມືອງ

ໜ່ວຍພັກຫ້ອງວ່າການແຂວງ ສຳເລັດກອງປະຊຸມ ດຳເນີນຊີວິດການເມືອງ ປັບປຸງປົວແປງພັກ ປີ 2017


ໜ່ວຍພັກຫ້ອງວ່າການແຂວງ ໄດ້ເປີດກອງປະຊຸມ ດຳເນີນຊີວິດການເມືອງ ປັບປຸງປົວແປງ ໃນວັນທີ 25 ກໍລະກົດ 2017 ຢູ່ທີ່ຫ້ອງວ່າການແຂວງ  ໂດຍໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ປອ. ຄໍາພັນ ເຜີຍຍະວົງ  ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງ ແຂວງບໍ່ແກ້ວ, ມີຄະນະພັກ-ຄະນະຫ້ອງວ່າການ,  ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມທັງໝົດ 29 ສະຫາຍ. ໃນນັ້ນ ສະມາຊິກພັກສົມບູນມີ 16 ສະຫາຍ.
ໃນພິທີ ສະຫາຍ ເພັງສອນ ແກ້ວວິໄລ ກໍາມະການພັກແຂວງ, ເລຂາໜ່ວຍພັກຫ້ອງວ່າການແຂວງ ໄດ້ເຜີຍແຜ່ເຊື່ອມຊືມເອກະສານເດັດດ່ຽວ ປັບປຸງທົ່ວພັກ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຜ່ານຮ່າງບົດສະຫຼຸບ ຕີລາຄາການຊີ້ນຳ-ນຳພາ ຂອງຄະນະພັກ, ຄະນະຫ້ອງວ່າການ ໃນການຈັດຕັ້ງປະຕິບັດມະຕິ X ຂອງພັກ, ມະຕິ V ຂອງແຂວງ. ພ້ອມທັງ ປະກອບຄຳຄິດ-ຄຳເຫັນ ຕໍ່ຄວາມຮັບຜິດຊອບລວມ, ບຸກຄົນໃນຄະນະພັກ-ຄະນະຫ້ອງວ່າການແຂວງ. ໃນການຈັດຕັ້ງປັບປຸງມະຕິ X ,ມະຕິ V ຂອງແຂວງ, ຈາກນັ້ນ ກໍ່ໄດ້ຈັດມີການຈັດຕັ້ງ ຄົ້ນຄວ້າ, ປະກອບຄຳຄິດ-ຄຳເຫັນ ຕໍ່ຄວາມຮັບຜິດຊອບລວມ, ທຸກຄົນໃນຄະນະພັກ-ຄະນະນຳຫ້ອງ ແລະ ພະນັກງານ-ສະມາຊິກພັກ ໄດ້ທາບທາມລົງຄະແນນສຽງຄວາມເຊື່ອໜັ້ນ ໄວ້ວ່າງໃຈຕໍ່ຄະນະບໍລິຫານງານພັກແຂວງ ອີກດ້ວຍ, ການດຳເນີນຊີວິດການເມືອງ ປັບປຸງ ປົວແປງພັກ ຄັ້ງນີ້ ແມ່ນຄວາມຈຳເປັນພາວະວິໄສ ຕາມຄວາມຮຽກຮອງຕ້ອງການ ໃນໄລຍະໃໝ່ ເພື່ອປັບປຸງ, ເຊີດຊູສະຕິຄວາມຮັບຜິດຊອບ ຂອງຄະນະພັກ-ຄະນະຫ້ອງ, ສະມາຊິກພັກ ໃນການເຂົາລົບ ແລະ ປະຕິບັດບັນດາຫຼັກການກໍ່ສ້າງພັກ ໂດຍປະຕິບັດຕາມ ຫຼັກການລວມສູນ ປະຊາທິປະໄຕ, ຫຼັກການຕຳນິຕົນເອງ ແລະ ຕິຊົມກັນ, ເພື່ອຊອກຫາປະກົດການຫຍໍ້ທໍ່ ພາຍໃນພັກ-ສະມາຊິກພັກ ເປັນຕົ້ນ ປະກົດການ ເສືອມຄຸນທາດການເມືອງ, ພະຍາດອາຍາສິດ, ເອກະຊົນ, ສໍ້ລາດບັງຫລວງ, ການຟ່າຟືນລະເມີດລະບຽບກົດໝາຍ ໃນການຈັດຕັ້ງພັກ ເພື່ອແນ່ໃສ່ສ້າງພັກໃຫ້ມີ ຄວາມປອດໄສ, ເຂັ້ມແຂງໜັກແໜ້ນ.
ພ້ອມນັ້ນ, ສະຫາຍ ປອ. ຄໍາພັນ ເຜີຍຍະວົງ ໄດ້ມີຄຳເຫັນເໜັ້ນໜັກ ຕື່ມບາງບັນຫາ ດັ່ງນີ້: ຄະນະພັກ-ຄະນະຫ້ອງ ຕ້ອງໄດ້ເພີມທະວີ ການຊີ້ນຳພາ-ນຳພາ, ຍົກສູງຄວາມເປັນແບບຢ່າງນຳໜ້າ, ເປັນຫຼັກ, ເປັນແຫຼ່ງ, ເຕົ້າໂຮມຄວາມສາມັກຄີ,  ແບບແຜນນຳພາ, ແບບແຜນວິທີເຮັດວຽກ, ປະກອບສ່ວນໜ້າທີ່ການເມືອງລວມ ແລະ ຄວມຮັບຜິດຊອບຂອງຕົນ ໃຫ້ສູງຂຶ້ນ. ໃນຕໍ່ໜ້າ ຕ້ອງໄດ້ຄົ້ນຄວ້າສຸມໃສ່ ວຽກຫັນຫ້ອງວ່າການເປັນທັນສະໄໝ ແລະ ສີວິໄລ ໃນການເປັນເສນາທິການ ໃຫ້ທັນສະໃໝ, ວ່ອງໄວ, ລະບົບຈໍລະຈອນ ເອກະສານ ໃຫ້ສະດວກວ່ອງໄວ, ມີຄວາມສີວິໄລ, ມີຄວາມເປັນລະບຽບຮຽບຮອຍ, ສະອາດງາມຕາ, ໃຫ້ມີຄວາມອົບເອືອຍອາລີ, ມີສະເໜ, ຍິມນວນ, ຍິມເເຍັມແຈມໃສ; ແບບແຜນປະຊຸມ, ແບບແຜນເຮັດວຽກ ໃຫ້ມີຄວາມທັນສະໄໜ, ການຄົ້ນຄວ້າ ປະກອບຄຳຄິດ-ຄຳເຫັນ ໃຫ້ຂັ້ນເທິງ ທາງດ້ານເນື້ອໃນ, ວິທີການ ແລະ ການຈັດຕັ້ງ ປະຕິບັດປັບປຸງໃຫ້ລະອຽດຊັດເຈນ, ເລິກເຊິງ, ປະຕິບັດໃຫ້ຜົນສຳເລັດ, ກຳແໜ້ນວຽກງານ ສະພາບການ ພາຍໃນ ແລະ ສາກົນ. ເສີມຂະຫຍາຍຫົວຄິດປະດິດສ້າງ, ຄົ້ນຄວ້າສັງລວມບັນຫາທີ່ຜົ້ນເດັ່ນ ໃນການຖືກຕ້ອງ ຄົບຖ້ວນ ແລະ ຊັດເຈນ; ສ້າງແນວຄິດຈິດໃຈຄົ້ນຄິດແບບໃໜ່ ໃຫ້ມີການປ່ຽນແປງໄປສູ່ອັນໃໜ່, ສ້າງຄວາມກະຕືລືລົ້ນ, ຕໍ່ຄວາມຮັບຜິດຊອບ ກວດຄືນບັນດາຂໍ້ຄົງຄ້າງ, ພ້ອມທັງແກ້ໄຂໃຫ້ຂາດຕົວ, ປະສານແນວຄິດອັນເກົ່າໄປສູ່ອັນໃໝ່, ຕ້ານພະຍາດອາດຍາສິດ, ຄຳພີຕາຍໂຕ, ຮັກສາເດີມ, ພະຍາດບໍ່ຮັບຮູ້ການປ່ຽນແປງ, ພະຍາດເຈົ້າກົກ-ເຈົ້າເຫຼົ່າ; ເອົາໃຈໃສ ການກໍ່ສ້າງພັກ-ພະນັກງານ ໂດຍສະເພາະ ການສ້າງໜ່ວຍພັກເຂັ້ມແຂງຮູ້ນຳພາຮອບດ້ານ, ຕ້ອງສ້າງໃຫ້ສະມາຊິກພັກ ໃຫ້ມີຄວາມເຂັ້ມແຂງຮອບດ້ານ, ຍົກສູງລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານ ໃຫ້ດີກວ່າພະແນກອື່ນ ແລະ ສາມາດເປັນເສນາທິການ ໃຫ້ຂັ້ນເທິງ ຢ່າງແຂງແຮງ.

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382