bonus new member 100

ການເຄື່ອນໄຫວຂອງທ່ານເຈົ້າແຂວງ-ຮອງເຈົ້າແຂວງ

ກອງປະຊຸມ ດຳເນີນຊີວິດການເມືອງ ປັບປຸງປົວແປງ ຄະນະພັກ ແຂວງບໍ່ແກ້ວ.

ກອງປະຊຸມ ດຳເນີນຊີວິດການເມືອງ ປັບປຸງ ປົວແປງ ຄະນະພັກ ແຂວງບໍ່ແກ້ວ ໄດ້ໄຂຂຶ້ນ ຕອນເຊົ້າວັນທີ 19 ມິຖຸນາ 2017 ນີ້ ທີ່ສະໂມສອນແຂວງ ໂດຍການເປັນປະທານ ຂອງສະຫາຍ ປອ. ຄໍາພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍ່ແກ້ວ, ມີບັນດາຄະນະບໍລິຫານງານພັກແຂວງ, ແຂກຮັບເຊີນຈາກສູນກາງ, ຄະນະບໍລິຫານງານພັກເມືອງ 5 ເມືອງ, ສອງກອງບັນຊາການ ຕະຫຼອດຮອດພະນັກງານ ສະມາຊິກພັກ ຫຼັກແຫຼງ ເຂົ້າຮ່ວມ.

 

ບັ້ນດຳເນີນກອງປະຊຸມ ບັນດາຜູ້ເຂົ້າຮ່ວມ ໄດ້ເຊື່ອມຊຶມ ເອກະສານ ທາບທາມຫາງສຽງ ຄວາມໄວ້ ວາງໃຈ ຕໍ່ຄະນະບໍລິຫານງານສູນກາງພັກ ແລະ ຄະນະບໍລິຫານງານພັກແຂວງ, ເຊືອມຊຶມເອກະສານເດັດດ່ຽວ, ປັບປຸງ ປົວແປງ ທົ່ວພັກ ໃຫ້ປອດໃສ, ໜັກແໜ້ນ, ເຂັ້ມແຂງ, ເນື້ອໃນເຈາະຈີ້ມ ບັ້ນປັບປຸງ ປົວແປງພັກ, ມະຕິ ວ່າດ້ວຍການແກ້ໄຂ ພະຍາດອາດຍາສິດ, ສະກັດກັ້ນ ຕ້ານການສໍ້ລາດບັງຫຼວງ. ຈາກນັ້ນ ສະຫາຍ ຄຳກິ່ງ ເອືອຍມະນີຮັກ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ 5 ຂອງອົງຄະນະພັກແຂວງ ຕິດພັນກັບມະຕິກອງປະຊຸມ ຄັ້ງທີ X ຂອງພັກ, ຜ່ານມາ ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 2.486,02 ຕື້ກີບ, ເສດຖະກິດຂະຫຍາຍຕົວ ໃນລະດັບ 9,7% ສະເລ່ຍລາຍຮັບໃສ່ຫົວຄົນ ຜູ້ໜຶ່ງໄດ້ 1.600 ກວ່າໂດລາ ຕໍ່ຄົນ ຕໍ່ປີ ທຽບໃສ່ໄລຍະຜ່ານເພີ່ມຂຶ້ນ 10,7% . ປີ 2017 ນີ້ ແຂວງບໍ່ແກ້ວ ໄດ້ຮັບອານຸມັດ ການລົງທຶນຂອງລັດຈາກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ທັງໝົດ 120 ໂຄງການ ມູນຄ່າ 113,39 ຕື້ກີບ, ໃນນັ້ນ ທຶນພາຍໃນ 41,99 ຕື້ກີບ ແລະ ທຶນສົມທົບຕ່າງປະເທດ 71,40 ຕື້ກີບ. ສາມາດປະຕິບັດໄດ້ 75 ໂຄງການ ມູນຄ່າ 30,10 ຕື້ກີບ ເທົ່າກັບ 71,68% ຂອງແຜນການປີ ແລະ ໂຄງການທີ່ບໍ່ທັນຈັດຕັ້ງປະຕິບັດ ມີ 45 ໂຄງການ ມູນຄ່າ 11,89 ຕື້ກີບ. ຜ່ານມາແຂວງບໍ່ແກ້ວໄດ້ມີຫຼາຍກິດຈະກຳ ເພື່ອຊຸກຍູ້ສົ່ງເສີມ ການພັດທະນາ ເສດຖະກິດຂອງແຂວງ ເປັນຕົ້ນແມ່ນ: ການຈັດກອງປະຊຸມສຳມະນາ, ຈັດງານຕະຫຼາດນັດ, ງານບຸນປະເພນີຊົນເຜົ່າ, ງານເທດສະການຕ່າງໆ. ຜ່ານການຈັດກິດຈະກຳດັ່ງກ່າວ ໄດ້ມີນັກລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈຢາກມາລົງທຶນ ໃນໂຄງການຕ່າງໆ, ເຊິ່ງສາມາດເຊັນ MOU ໄດ້ຫຼາຍໂຄງການ ໄດ້ຊີ້ນຳຊຸກຍູ້ ບັນດາພະແນກການ ຈັດຕັ້ງປະຕິບັດ ໃຫ້ໄດ້ຕາມແຜນການ ທີ່ວາງໄວ້. ດ້ານການຄຸ້ມຄອງ ການຈັດເກັບລາຍຮັບ ເຂົ້າງົບປະມານ ໄດ້ 122,342 ຕື້ກີບ ເທົ່າກັບ 53,61% ຂອງແຜນການປີ, ໃນນີ້ ລາຍຮັບຂອງສູນກາງໄດ້ 93,616 ຕື້ກີບ ເທົ່າກັບ 53,61%, ລາຍຮັບຂອງແຂວງໄດ້ 28,707 ຕື້ກີບ ເທົ່າກັບ 31,20%, ດ້ານລາຍຈ່າຍປະຕິບັດໄດ້ 114,334 ຕື້ກີບ ເທົ່າກັບ 37,64% ຂອງແຜນການປີ.ດ້ານການຊຸກຍູ້ການຜະລິດ ເຂົ້ານາແຊງ ມີເນື້ອທີ 2.360 ເຮັກຕາ ຄາດຄະເນຜົນຜະລິດ 10.756 ໂຕນ ທຽບໃສ່ແຜນການໄດ້ 7.060 ໂຕນ, ພືດສະບຽງອາຫານ ມີເນື້ອທີ 468 ເຮັກຕາ ຜົນຜະລິດໃຫ້ໄດ້ 2.267 ໂຕນ, ປະຈຸບັນ ທົ່ວແຂວງ ມີຫົວໜ່ວຍອຸດສາຫະກຳ-ຫັດຖະກຳປຸງແຕ່ງ 224 ແຫ່ງ, ມີຫົວໜ່ວຍທຸລະກິດ 4.235 ໜ່ວຍ. ກົນໄກຄຸ້ມຄອງ ການນຳເຂົ້າ-ສົ່ງອອກສິນຄ້າ ໃຫ້ມີຄວາມຄ່ອງຕົວ, ເຂົ້າສູ່ລະບົບລະບຽບ ດີກວ່າເກົ່າ ໂດຍຕິດພັນກັບການກວດກາ-ຄຸ້ມຄອງ ລາຄາສິນຄ້າອຸປະໂພກບໍລິໂພກ ຢ່າງເປັນປົກກະຕິ. ສາມາດຈັດຕັ້ງປະຕິບັດ ມູນຄ່າການຜະລິດ ອຸດສາຫະກຳໄດ້ 120,061 ຕື້ກີບ, ມູນຄ່າສິນຄ້ານຳເຂົ້າໄດ້ 48,616 ລ້ານໂດລາ, ສິນຄ້າສົ່ງອອກໄດ້ 80,003 ລ້ານໂດລາ, ສິນຄ້າຜ່ານໄດ້ 157,652 ລ້ານໂດລາ.

ໂອກາດນີ້ ສະຫາຍ ປອ. ຄຳພັນ ເຜີຍຍະວົງ ປະທານກອງປະຊຸມ ໄດ້ມີຄຳເຫັນຊີ້ນຳເນັ້ນໜັກບາງບັນຫາວ່າ: ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອ ຜົນງານດ້ານດີ ຂອງບັນດາສະຫາຍ ໃນໄລຍະຜ່ານມາ ພ້ອມທັງແກ້ໄຂຈຸດອ່ອນ, ຂໍ້ຂາດຕົກບົກຜ່ອງ, ພະຍາດອາດຍາສິດ, ສໍ້ລາດບັງຫຼວງ, ເປັນເຈົ້າການຍົກສູງຄວາມຮັບຜິດຊອບ ທາງດ້ານການເມືອງ, ມີສະຕິເຄົາລົບ ແລະ ປະຕິບັດຕາມລະບຽບຂອງພັກ, ກົດໝາຍຂອງລັດ, ຜ່ານການດຳເນີນຊີວິດການເມືອງ ປັບປຸງ ປົວແປງ ທົ່ວອົງຄະນະພັກ ຄັ້ງນີ້ ຕ້ອງສ້າງຄວາມເປັນເອກະພາບ, ຄວາມຕັດສິນໃຈຂອງຄະນະພັກແຕ່ລະຂັ້ນ ເພື່ອພ້ອມກັນກຳນົດທິດທາງ, ມາດຕະການແກ້ໄຂບັນຫາຕົວຈິງ ທີ່ເກີດຂຶ້ນໃນອົງຄະນະພັກ ໃຫ້ໄດ້ຢ່າງຂາດຕົວ.

ແຜນທີແຂວງບໍ່ແກ້ວ

ເບີໂທສຸກເສີນ

- ຕຳຫຼວດ: 084 211 338
- ດັບເພີງ: 084 211 382
- ຈໍລະຈອນ: 084 211 382
- ລົດໂຮງໝໍ: 084 211 048
- ໄຟຟ້າ: 084 1199
- ນໍ້່າປະປາ: 084 121 382